From the winning at a BBGL event of a voucher for a test drive in the sleek Jaguar E-Pace – offered by Jaguar Land Rover Laos – was born the idea of a road trip to Vang Vieng in style, which would show off the beauty of Laos and of the ease of modern travel along the new road to Vang Vieng.

Leaving from the iconic That Luang in Vientiane with the famed Lao designer, Viengkham Nanthavongdouangsy, robed in the finest Lao silk, then experiencing the 115 km of driving pleasure along the new Laos-China expressway from Vientiane to Vang Vieng with its high-quality road and engineering features such as the tunnel and embankment cuttings, the red Jaguar takes to the edge of the Nam Song River running through the beautiful scenery of the town of Vang Vieng. And still in style… a Champagne reception is awaiting by the riverside and one of its charming bridges, poured with the backdrop of the towering karstic mountains that line the river.

Then it is off for a tour of the spectacular natural scenery across the river from Vang Vieng – the splendor of the mountains, the beauty of the typical Lao rural life with the planting of rice in the paddy fields, and finally witnessing the setting sun over the valley, with the farmers still working resolutely on preparing their rice fields.

Finally, the day trip is over, and it is time to return, back along the expressway – with the silhouettes of mountains and the reflections of the sunset in the river – until it fades into the shadows of the mountains and the approaching night … making this delightful trip yet another unforgettable memory of our love for Laos.

ການເດີນທາງໄປວັງວຽງແບບສະໄຕລລາວໃນໜຶ່ງມື້

ຈາກການຊະນະລາງວັນເປັນບັດສຳມະນາຄຸນສຳລັບການທົດລອງຂັບລົດ Jaguar E-Pace ທີ່ສະໜັບສະໜຸນໂດຍ ຈາກົວ ແລນໂຣເວີ ລາວ, ເກີດເປັນແນວຄິດໃນການຂັບລົດທ່ຽວວັງວຽງແບບມີສະໄຕລ ເຊິ່ງຈະໃຫ້ເຫັນທິວທັດຄວາມງົດງາມຂອງລາວ ແລະ ຄວາມສະດວກສະບາຍໃນການເດີນທາງແບບທັນສະໄໝຖາມຖະໜົນເສັ້ນໃໝ່ໄປວັງວຽງ.

ເລີ່ມອອກເດີນທາງຈາກພະທາດຫຼວງທີ່ມີເອກະລັກໃນວຽງຈັນກັບນັກອອກແບບຄົນລາວຊື່ດັງ, ວຽງຄຳ ນັນທະວົງດວງສີິ ໂດຍການນຸ່ງຊຸດຜ້າໄໝລາວຊັ້ນເລີດ ຈາກນັ້ນສຳພັດກັບປະສົບການການຂັບລົດໄລຍະທາງ 115 ກິໂລແມັດ ເທິງຖະໜົນຄຸນນະພາບສູງ ແລະ ດ້ານວິສະວະກຳຜ່ານອຸໂມງ ແລະ ເຂື່ອນກັ້ນນ້ຳຂອງທາງດ່ວນສາຍໃໝ່ ລາວ-ຈີນຈາກວຽງຈັນໄປວັງວຽງ, ລົດຈາກົວສີແດງແລ່ນໄປຕາມແຄມແມ່ນ້ຳຊອງທີ່ໄຫຼຜ່ານທິວທັດອັນສວຍງາມຂອງເມືອງວັງວຽງໂດຍຍັງຄົງຄວາມມີສະໄຕລ… ການຕ້ອນຮັບດ້ວຍແຊມເປນແມ່ນກຳລັງລໍຖ້າຢູ່ແຄມນ້ຳ ແລະ ໜຶ່ງໃນຂົວທີ່ມີສະເໜ່ ເຊິ່ງສາກຫຼັງມີພູທີ່ສູງສະຫງ່າລຽງຍາວໄປຕາມແມ່ນ້ຳ.  

ຈາກນັ້ນຈຶ່ງອອກເດີນທາງເພື່ອຊົມທິວທັດທຳມະຊາດອັນໜ້າອັດສະຈັນຂອງແມ່ນ້ຳຈາກວັງວຽງ, ຄວາມງົດງາມຂອງພູເຂົາ ແລະ ວິຖີຊີວິດຊາວຊົນນະບົດຂອງລາວດ້ວຍການປູກເຂົ້າໃນນາ ແລະ ປິດທ້າຍດ້ວຍການຊົມຕາເວັນຕົກດິນພ້ອມກັນກັບຊາວນາທີ່ຍັງຄົງເຮັດວຽກຢ່າງໜັກເພື່ອກຽມນາຂອງຕົນ.

ສຸດທ້າຍນີ້, ການເດີນທາງຂອງພວກເຮົາກໍສິ້ນສຸດລົງ ແລະ ໄດ້ເວລາກັບໄປຕາມທາງດ່ວນທີ່ອ້ອມຮອບໄປດ້ວຍພູ ແລະ ເງົາສະທ້ອນຂອງດວງຕາເວັນສ່ອງລົງໃນນ້ຳ ຈົນກວ່າເງົາຂອງພູຈະຈາງຫາຍ ແລະ ຄ້ອຍຄ່ຳຍາມແລງທີ່ຄືບຄານໃກ້ເຂົ້າມາ ເຮັດໃຫ້ການເດີນທາງທີ່ໜ້າປະທັບໃຈນີ້ເປັນອີກໜຶ່ງຄວາມຊົງຈຳທີ່ບໍ່ອາດລືມຂອງຄວາມຮັກທີ່ມີຕໍ່ລາວ.